ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຕິດຕາມຢ່າງໃກ້ຊິດ ແລະ ມີຄວາມເປັນຫ່ວງ ຕໍ່ການປະທະກັນຢ່າງຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ ອັນໄດ້ເຮັດໃຫ້ມີການສູນເສຍ ທັງຊີວິດ ແລະ ຊັບສິນ ຢ່າງຫຼວງຫຼາຍ. ສປປ ລາວ ຮຽກຮ້ອງໃຫ້ທຸກຝ່າຍທີ່ກ່ຽວຂ້ອງຈົ່ງອົດກັ້ນ, ຢຸດຕິທຸກການກະທຳທີ່ຮຸນແຮງ ແລະ ຮ່ວມມືກັນແກ້ໄຂບັນຫາຂໍ້ຂັດແຍ່ງ ໂດຍສັນຕິວິທີ. ສປປ ລາວ ຊຸກຍູ້ໃຫ້ທຸກຝ່າຍທີ່ກ່ຽວຂ້ອງກັບຄືນສູ່ຂະບວນການເຈລະຈາ ແລະ ຟື້ນຟູຄວາມໄວ້ເນື້ອເຊື່ອໃຈຊຶ່ງກັນ ແລະ ກັນ ໃນການແກ້ໄຂບັນຫາ ປາແລັດສະຕິນ ທີ່ແກ່ຍາວມາເປັນໄລຍະເວລາດົນນານ ໂດຍຜ່ານການສ້າງຕັ້ງ 2 ລັດເອກະລາດ ທີ່ຢູ່ຮ່ວມກັນໂດຍສັນຕິ ບົນພື້ນຖານຍັດຕິທີ່ກ່ຽວຂ້ອງຂອງ ອົງການ ສປຊ ແລະ ກົດໝາຍສາກົນ.
ສານສະແດງຄວາມຊົມເຊີຍ
ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານສະແດງຄວາມຊົມເຊີຍເຖິງ ພະນະທ່ານ ລີ ແຈ ມຽງ ປະທານາທິບໍດີ ແຫ່ງ ສາທາ ລະນະລັດ ເກົາຫຼີ ທີ່ເຊອູນ ຊຶ່ງມີເນື້ອໃນວ່າ: ຕາງໜ້າໃຫ້ ປະຊາຊົນ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ແລະ ປະຊາຊົນ ສ ເກົາຫຼີ ທຸກຖ້ວນໜ້າ ເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ເກົາຫຼີ ຄົບຮອບ 30 ປີ.
ຄໍາເຫັນ